ໜຸ່ມທົ່ງໄຫ



ວົງດົນຕີຣ ກຶມມຸ ໄດ້ກໍ່ຮ່າງສ້າງຕົວຂຶ້ນມາ ຕັ້ງແຕ່ ປີ 1987. ແຕ່ກໍ່ຍັງບໍ່ທັນຮ່ວມຕົວ ທີ່ ເປັນແກ່ນສານເທື່ອ,ຈົນກະທັ້ງປີ 1989 ພວກເຮົາ ຈຶ່ງໄດ້ຈັດຕັ້ງກັນໃໝ່ ໂດຍໃສ່ ຊື່ວ່າຄະນະ “ໜຸ່ມທົ່ງໄຫ”. ມີຄະນະນັກດົນຕຣີ ແລະ ນັກຮ້ອງ ປະກອບເຂົ້າດ້ວຍກັນ (ນັກດົນຕຣີ ສະມັກຫລີ້ນ) ມີທັງ ມືກອງ, ມື ກີຕ້າ, ມື ເບສ ແລະ ມື ຄີບອດ. ໃນຊ່ວງລະຍະນັ້ນ ພວກເຮົາ ມີນັກສະມັກຫລີ້ນທັງໝົດດ້ວຍກັນ 7 ຄົນ ມີແຕ່ຜູ້ຊາຍ ບໍ່ມີ ຜູ້ຍິງ. ແຕ່ປັດຈຸບັນ ພວກເຮົາ ມີ 6 ຄົນ ແລະ ມີນັກຮ້ອງຍິງ 1 ຄົນ.

ພວກເຮົາ ແສນທີ່ພາກພູມໃຈ ທີ່ໄດ້ມາຕົກເຖິງປະເທດທີ່ສາມ ໃນສະຫະຣັດອາເມຣິກາ ຊຶ່ງ ພວກເຮົາ ຊົນເຜົ່າ ກຶມມຸ ທີ່ເຄີຍເປັນຜູ້ທີ່ ດ້ອຍໂອກາດ ໃນທຸກໆດ້ານ ໃນ ປະເທດລາວ ໄດ້ກັບມີໂອກາດມາເປີດ ສະຖາປະນາ ວັດທະນະທຳ ຕົວເອງໃຫ້ສັງຄົມລາວ ກໍ່ຄືສັງຄົມອື່ນໆ ໃນຕ່າງແດນ ໃຫ້ໄດ້ຮູ້ ແລະ ໄດ້ເຫັນ ຂອງ ຄວາມອາດສາມາດ ຄວາມຮັບຮູ້ໃນພາກ ປະຕິບັດຕ່າງໆ ອອກສູ່ສາຍຕາ ຂອງ ສັງຄົມ ໄດ້ເຫັນຢ່າງຈະແຈ້ງ ແລະ ເປີດເຜີຍ.

ດັ່ງນັ້ນ, ວົງດົນຕຣີ ກຶມມຸ ຈຶ່ງໄດ້ເກີດຂຶ້ນມາ ດ້ວຍແຮງໜູນ ຈາກນ້ຳໃຈ ຂອງສະມາຄົມ ຄອບຄົວ ກືມມຸ ເມືອງ ຊັນຕາອານາ, ເຂດອໍແຣນຄາວຕີ້, ຣັດ ຄາລີຟໍເນັຍ.


ໄດ້ຊາວກ່ວາປີທີ່ຜ່ານມາ, ພວກເຮົາ ໄດ້ຮ່ວມຄະນະກັນ ແລະກໍ່ຍັງຢືນຢັນ ຈົນເຖິງປັດຈຸບັນນີ້ ກໍ່ຍ້ອນ ຄວາມຮັກທາງສຽງດົນຕີຣ ລາວ-ກຶມມຸ ເປັນເອກກະລັກ ຈຸດໝາຍຕົ້ນຕໍ່ ແມ່ນ ເພື່ອຊ່ອຍສົ່ງເສີມ ສິນລະປະວັດທະນະທຳ ຂອງ ຊົນເຜົ່າ ກຶມມຸ, ເປັນແຮງໜູນ ໃຫ້ສະມາຄົມ ຄອບຄົວ ກຶມມຸ ທ້ອງຖິ່ນ ກໍ່ຄື ສະມາຄົມກຶມມຸ ຕ່າງຣັດໃຫ້ຮັກສາ ຮີດຄອງປະເພນີອັນດີງາມ ຂອງຕົນ ບໍ່ໃຫ້ຈືດຈາງ ຫາງຫາຍໄປຕາມ ກາລະເວລາ.

ສຽງດົນຕີຣ ຄື ຊີວິດ ແລະ ຊີວິດ ແມ່ນຂອງມວນມະນຸດຊົນ ໃນສັງຄົມ. ສັງຄົມ ແລະ ສຽງດົນຕີຣ ຈະຄ່ຽງຄູ່ກັນ ໄປສະເໝີ ຈະແຍກອອກຈາກກັນ ບໍ່ໄດ້ ແລະ ຈະບໍ່ມີ ສັງຄົມມະນຸດໃດ ທີ່ ຈະບໍ່ມີສຽງດົນຕີຣ. ສຽງລຳ, ສຽງຮ້ອງ ແມ່ນ ເກີດມາຈາກ ພຶດຕິກຳທາດແທ້ຂອງສັງຄົມ ຊຶ່ງມັນສະແດງອອກມາທາງ ສິນລະປະວັນນະຄະດີ ໃນລັກສະນະ ຮູບການແບບ ບັນເທີງ.

ສະນັ້ນ, ສິນລະປະວັນນະຄະດີ ແລະ ວັດທະນະທຳ ຂອງ ເຜົ່າກຶມມຸ ກໍ່ຄື “ບຸນເກີຣ” ກໍ່ໄດ້ປາກົດ ແລະ ສະແດງອອກສູ່ ສັງຄົມ ໃນຕ່າງແດນມາໄດ້ ໃນ ທຸກໆປີ. ຊຶ່ງແຕ່ລະປີຂອງງານ ສະເຫຼີມສະຫຼອງ “ບຸນເກີຣ” ຄະນະ ວົງດົນຕີຣ ຂອງ ພວກເຮົາ ກໍ່ເປັນຜູ້ທີ່ມີ ບົດບາດສຳຄັນພາຍໃນງານ. ຜົນງານອັນຕົ້ນຕໍ ຂອງ ພວກຄະນະເຮົາ ເຄີຍໄດ້ອອກງານ ຫາລາຍໄດ້ໃຫ້ແກ່ ສະມາຄົມ ຄອບຄົວ ກຶມມຸ ປະຈຳທ້ອງຖິ່ນແລະໃຫ້ແກ່ ສະມາຄົມບ່ອນອື່ນໆ. ຈາກຜົນງານເພັງ ຂອງ ຕົນເອງ ພວກເຮົາ ໄດ້ເຮັດເປັນ ແພ່ງເທບ ຄັ້ງແລກໃນປີ 1992 ແລະໃນຊ່ວງລະຍະຕໍ່ມາ ສະມາຊິກ ໃນທີມງານກໍ່ອອກ CD ສອງຊຸດ ໃນປີ 2002 ແລະ 2005.

ຄວາມສາມັກຄີ, ຄວາມຮັກແພງ, ຄວາມເຊື່ອຖື ,ຄວາມໄວ້ເນື້ອເຊື່ອໃຈ ແລະ ການຊ່ວຍເຫລືອຊຶ່ງກັນ ແລະ ກັນ ເປັນແກ່ນສານລັກ ທີ່ ພວກເຮົາ ໄດ້ຍຶດຖື ປະຕິບັດກັນມາ. ດ້ວຍລັກການນັ້ນ, ວົງດົນຕີຣ ໜຸ່ມທົ່ງໄຫ ກໍ່ຈຶ່ງ ຈະຢູ່ຄ່ຽງຄູ່ ຄ່ຽງບ່າຄ່ຽງໄລ່ກັນ ກັບ ສັງຄົມ ກຶມມຸ ຂອງ ພວກເຮົາ ຈົນເທົ່ານານເທົ່າທີ່ຈະນານໄດ້.


ຄິກທີ່ນີ້ສຳລັບພາສາກຶມມຸ ຄິກທີ່ນີ້ສຳລັບພາສາອັງກິດ