GREH RITUAL



ປະເພນີເກິຣ (Greh) ບຸນປີໃຫມ່ກຶມມຸ

ກຶມມຸ ເເມ່ນຊົນຊາດຊົນ ເຜົ່າໜຶ່ງໃນຈໍານວນສາມ ຊົນເຜົ່າ ໃຫຍ່ໃນປະເທດລາວຄື: ຊົນເຜົ່າລາວລຸ່ມ, ຊົນເຜົ່າລາວເທີງ(ກຶມມຸ) ແລະ ຊົນເຜົ່າລາວສູງ. ຊົນເຜົ່າກຶມມຸ ເປັນຊົນຊາດ ເຜົ່າເດີມ ທີ່ໄດ້ດໍາລົງຊີວິດ ຢູ່ໃນພື້ນແຜ່ນດິນປະເທດລາວ ມາແຕ່ສະໄໝດຶກດໍາບັນ ຈົນເຖີງປະຈຸບັນນີ້. ເຜົ່າກຶມມຸ ເປັນຊົນເຜົ່າທີ່ມີພາສາປາກເວົ້າ, ມີຕົວຫນັງສືຂີດຂຽນ, ມີຮີດຄອງປະເພນີຄວາມເຊື່ອຖື ແລະ ມີວັດທະນະທໍາ ການນຸ່ງຖື ເປັນເອກກະລັກ ຂອງເຜົ່າ ຕົນເອງ. ຍືດຖືເອົາຄວາມເຊື່ອຖື ແລະ ດ້ານຮີດຄອງ ປະເພນີ ເປັນຫຼັກຫມັ້ນ ສໍາຄັນເຊັ່ນ: ຮີດເກິຣ ຊຶ່ງເປັນຮີດຄອງ ປະເພນີ ບຸນປີໃໝ່ ຂອງ ເຜົ່ກຶມມຸ. ຮີດເກິຣ ເປັນຮີດຄອງປະເພນີ ທີ່ໄດ້ສືບທອດຈາກບັນພະບຸຣຸດ ປູ່ຍາຕາຍາຍ ຕະເຈືອງ ຍະເຈືອງ ມາແຕ່ດຶກດຳບັນ ທີ່ມີຄວາມສຳຄັນຫຼາຍ ຕໍ່ຊົນເຜົ່າກຶມມຸ.

ໃນທຸກໆປີ ຊົນເຜົ່າກຶມມຸ ທີ່ຢູ່ທຸກຫົນແຫ່ງ ຈະໄດ້ມີພິທີການ ສະເລີມສະຫຼອງບຸນເກິຣຂື້ນ. ຕາມປົກກະຕິແລ້ວ ບຸນເກິຣ ກຶມມຸນີ້ຈະ ຈັດຂຶ້ນໃນເດືອນຈຽງ ຊຶ່ງກົງກັບເດືອນ ສິບສອງສາກົນ ພາຍຫຼັງສຳເລັດການເກັບກູ້ ເຄື່ອງປູກຂອງຝັງຂຶ້ນເລົ້າຂຶ້ນເຍັຍ. ພິທີ ບຸນເກິຣ ແມ່ນພິທີ ສະເລີມສະຫຼອງ ຕໍ່ຜົນໄດ້ຮັບຈາກການຜະລິດຜົນ ເຄື່ອງປູກຂອງຝັງ ແລະ ທັງເປັນພິທີຂອບຄຸນ ແລະ ລະນຶກເຖີງ ບຸນຄຸນຂອງບັນພະບຸຣຸດ ປູ່ຍາຕາຍາຍ ຕະເຈືອງຍະເຈືອງ ທີ່ໄດ້ໂຜດນຳກຸ້ມກ່ວມ ໃຫ້ຄອບຄົວລູກຫຼານ ເຮືອນຊານ ໄຮ່ນາຮົ້ວສວນ ແລະ ສັດລ້ຽງຕ່າງໆ ໄດ້ຮັບຄວາມຢູ່ເຢັນ ກິນສຸກ.


ພິທີສະຫຼອງບຸນເກິຣມີຂັ້ນຕອນປະກອບເຂົ້າກັນເຊັ່ນ

ພິທີແຫ່ຂະບວນ ຕີຄອງ ຮ້ອງປ່າວປະຊາກອນເຂົ້າສູ່ສະຖານທີ່ສະຫຼອງບຸນເກິຣ.

ພິທີຟ້ອນດາບປາບມານ ແມ່ນສະແດງເຖິງນັກວິຣະຊົນຜູ້ອົງອາດກ້າຫານ.

ພິທີຟ້ອນນາງແກ້ວ ເປັນພິທີຟ້ອນວິງວອນເຊີນດວງວິນຍານ ຂອງ ຕະເຈືອງ ລົງມາຮ່ວມພິທີເປີດສະຫຼອງບຸນເກິຣ.

ພິທີຄະຣະວະຜູ້ອາວຸໂສ ຜູ້ເປັນເຈົ້າຂຸນມູ່ນນາຍ ເພຶ່ອ ສະແດງຄວາມ ເຄົາຣົບນັບຖືຢຳເກ່ງ.

ພິທີປົດປີເກົ່າ ແມ່ນພິທີສຳລະຊະສົ່ງສິ່ງທີ່ບໍ່ດີບໍ່ງາມ, ພະຍາດໂລຄາ, ເຄາະນາມມານຮ້າຍ ແລະ ຄວາມອຶດຢາກຂາດເຂີນ ໃຫ້ໄປນຳປີເກົ່າ ແລ້ວກໍ່ມີການດື່ມເຫຼົ້າໄຫ ເພຶ່ອດື່ມສົ່ງທ້າຍປີເກົ່າ.

ພິທີຂຶ້ນປີໃໝ່ ແມ່ນພິທີອວຍໄຊໃຫ້ພອນອັນປະເສີດ ໃຫ້ມີສຸຂະພາບເຂັມແຂງ ມີອາຍຸໝັ້ນຍືນ ແລະ ພັດທະນາໃຫ້ໄດ້ໝາກໄດ້ຜົນ ເພິ່ມທະວີຂຶ້ນໄປ. ຈາກນັ້ນກໍ່ມີການດື່ມເຫຼົ້າໄຫເພຶ່ອຕ້ອນຮັບເອົາປີໃໝ່ ພ້ອມທັງມີການຂັບເຕີມ, ຕີຄອງຕີແຈງ, ເປົ່າປີເປົ່າແຄນ ຕາມ ຮີດຄອງປະເພນີບຸນເກິຣ ກຶມມຸ.

ເພຶ່ອເປັນການຮັກສາຮີດຄອງປະເພນີ ມູນມໍລະດົກອັນລ້ຳຄ່ານີ້ໃວ້ບໍ່ໃຫ້ສູນເສຍຫາຍໄປ ແລະ ເພຶ່ອລູກຫຼານທີ່ເກີດໃໝ່ໃຫ່ຍລຸ່ນສືບທອດຕໍ່ໄປໃນ ອານາຄົດ.


ຄິກທີ່ນີ້ສຳລັບພາສາອັງກິດ